ພີທີເຊັນສັນຍາ ເປັນຕົວແທນນໍາເຂົ້າ ແລະ ຈຳໜ່າຍຢ່າງເປັນທາງການຂອງລົດຍີ່ຫໍ້ LYNK & Co ແຕ່ພຽງຜູ້ດຽວໃນ ສປປ ລາວ ລະຫວ່າງ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ແລະ Lynk & Co ໄດ້ຈັດຂື້ນໃນວັນທີ່ 28 ກັນຍາ 2024 ທີ່ຜ່ານມາ ທີ່ໂຮງແຮມ ອີສຕິນ ວຽງຈັນ.
Lynk & Co ແມ່ນ “ລົດແບຣນພຣີມ້ຽມໃຫມ່ໃນລະດັບໂລກ” ທີຮ່ວມກໍ່ຕັ້ງຂື້ນໂດຍ ກຸ່ມບໍລິສັດ Geely Holding Group, Geely Auto ແລະ Volvo. ໂດຍເປີດລົດຕົ້ນແບບເປັນທາງການຢູ່ ເມືອງ Berlin ປະເທດເຢຍລະມັນ ໃນປີ 2016. ແມ່ນໄດ້ຮັບແຮງບັນດານໃຈຈາກປະສົບການ ການຜະລິດລົດຍົນລະດັບມືອາຊີບຂອງ Volvo ກັບ Geely, ປະສົມປະສານກັນເກີດເປັນລົດຍີ່ຫໍ້ Lynk & Co.
ເຊີ່ງບໍລິສັດພາຍໃນເຄື່ອ ກຸ່ມບໍລິສັດ Geely holding Group ໄດ້ບໍລິຫານຈັດການ ຫຼາຍເບຣນຊັ້ນນຳລະດັບໂລກ ເຊີ່ງມີບໍລິສັດພາຍໃນເຄື່ອເຊັ່ນ: Geely Auto, Volvo, Lynk & Co, Zeekr, Lotus, Polestar, Proton cars, Smart, Geometry, LEVC ແລະ ອື່ນໆ ອີກ.
ທ່ານ ສຸກສະໜອນ ສີຫາເທບ ປະທານ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ໄດ້ກ່າວວ່າ: ເຖີງໃນຕະຫຼາດຈະມີການແຂ່ງຂັນສູງ ແລະ ບວກກັບແນວໂນ້ມ ຂອງລົດໄຟຟ້າທີ່ມາແຮງ ພວກເຮົາເຊື່ອວ່າ ລົດ Lynk & Co ຈະຕອບໂຈດສຳລັບກຸ່ມລູກຄ້າທີ່ມັກ ໃນເທັກໂນໂລຢີ ລ້ຳຍຸກລ້ຳສະໄຫມ ພ້ອມທັງການປະຢັດໃນຂະນະດຽວກັນ. ແລະ ພ້ອມດຽວກັນນັ້ນ ພວກເຮົາມີແຜນ ທີ່ຈະເປີດ ໂຊລູມ ແລະ ສູນບໍລິການ ຢ່າງເປັນທາງການ ແລະ ນຳສະເໜີລົດໃຫມ່ 2 ລຸ້ນ ນັ້ນກໍ່ຄື Lynk & Co 06 ແລະ Lynk & Co 08 ທັງສອງລຸ້ນຈະເປັນ PHEV ເຕັກໂນໂລຢີ ປະສົມປະສານ ລະຫວ່າງ ນ້ຳມັນ ແລະໄຟຟ້າ ທີ່ສູນ ມະນີຍົມ ໂອໂຕ ກຣຸບ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ແລະ ຍີ່ງໄປກ່ວານັ້ນ ທາງເຮົາກໍ່ຍັງມີແຜນຈະເປີດ Lynk & Co Pop-up ທີ່ສາຂາພາກກາງ ສະຫວັນນະເຂດ ແລະ ພາກໃຕ້ ທີ່ນະຄອນປາກເຊ.
ແລະ ທ່ານ Bruce Lee ຫົວໜ້າຝ່າຍການຕ່າງປະເທດຂອງ Lynk & Co ຍັງໄດ້ກ່າວວ່າ: ປະເທດລາວເປັນສ່ວນໜຶ່ງທີ່ສຳຄັນໃນແຜນຂອງ Lynk & Co ໃນອາຊີຕາເວັນອອກສຽງໃຕ້, ນອກຈາກການເປີດຕົວແບຣນຂອງພວກເຮົາໃນຫວຽດນາມ ແລະ ຟີລິບປິນ ແລະ ຍັງເປັນຕະຫຼາດທີ່ພວກເຮົາໃຫ້ຄວາມສຳຄັນເປັນຢ່າງຍິ່ງ. ເນື່ອງຈາກເປັນຈຸດເສດຖະກິດທີ່ສໍາຄັນ, ຕະຫຼາດລົດໃຫຍ່ຂອງລາວມີທ່າແຮງການຂະຫຍາຍຕົວຢ່າງຫຼວງຫຼາຍ. ດ້ວຍການສະໜັບສະໜູນຢ່າງໜັກແໜ້ນຈາກ ບໍລິສັດ ມະນີຍົມ ໂອໂຕ ກຣຸບ Lynk & Co ພ້ອມຈຳໜ່າຍຢ່າງເປັນທາງການໃນເດືອນ ຕຸລາ 2024 ນີ້.












