Lynk & Co Lao ເປີດໂຕລົດລຸ້ນໃຫມ່ແບບ PHEV ສອງລຸ້ນ Lynk & Co 06 ແລະ 08 ຢ່າງເປັນທາງການ

ພາຍໃນງານ Motor Sale Expo 2024 ທີ່ໄອເຕັກ ຄັ້ງວັນທີ່ 30 ພະຈິກ 2024.

ບໍລິສັດ ມະນີຍົມ ໂອໂຕ ກຣຸບ ຖືກແຕ່ງຕັ້ງໃຫ້ເປັນໂຕແທນ ຈຳໜ່າຍ ແລະ ນຳເຂົ້າລົດຍີ່ຫໍ້ Lynk & Co ແຕ່ພຽງຜູ້ດຽວໃນສປປ ລາວ. Lynk & Co ແມ່ນ “ລົດແບຣນພຣີມ້ຽມໃຫມ່ໃນລະດັບໂລກ” ທີຮ່ວມກໍ່ຕັ້ງຂື້ນໂດຍ ກຸ່ມບໍລິສັດ Geely Holding Group, Geely Auto ແລະ Volvo.

ເຊີ່ງລຸ້ນທຳອິດທີ່ນຳສະເໜີ ແມ່ນລົດ SUV ຂະໜາດກາງ ນັ້ນກໍ່ຄື Lynk & Co 06 ເປັນລົດປະສົມປະສານລະຫວ່າງນໍ້າມັນ ແລະ ໄຟຟ້າ PHEV ຂັບເຄື່ອນຮ່ວມກັນໄດ້ຫຼາຍກ່ວາ 9 ຮ້ອຍປາຍກິໂລ ແລະ ຍັງສາມາດເລືອກປັບຂັບແລ່ນແບບໄຟຟ້າ 100% ໄດ້ ສາກ 1 ຄັ້ງ ແລ່ນໄດ້ 84 KM ມາດຕະຖານ NEDC. ນອກຈາກນັ້ນ, ຍັງມີລະບົບຄວາມປອດໄພ ແລະ ລະບົບຊ່ວຍຂັບຂີ່ ADAS ເພີ່ມມາກັບໂຕລົດ ຕອບໂຈດທັງການໃຊ້ຊີວິດໃນຕົວເມືອງ ຫຼື ເດີນທາງໄກ ຕ່າງແຂວງກໍ່ບໍ່ຕ້ອງກັງວົນເລື່ອງການຫາຈຸດສາກອີກ.

ແລະ ລຸ້ນທີ່ສອງ ນັ້ນກໍ່ຄື Lynk & Co 08 EM-P ເຊີ່ງເປັນລົດ SUV ທີ່ຂະໜາດໃຫຍ່ຂື້ນ ແບບ PHEV Generation ລ່າສຸດ ມີຈຸດເດັນທີ່ ສາກໄຟຟ້າ 1 ຄັ້ງ ສາມາດແລ່ນໄດ້ເຖິງ 220 km ຂັບເຄືອນແບບ 4 ລໍ້ ມີແບັດເຕີລີ້ ຂະໜາດໃຫຍ່ເຖິງ 39.8 kWh ບໍ່ວ່າຈະເລືອກຂັບແບບໄຟຟ້າ 100% ໃນຊີວິດປະຈຳວັນບໍ່ຈຳເປັນຕ້ອງເຕີ່ມນ້ຳມັນ ຫຼື ເລືອກຂັບແບບປະສົມປະສານ ນ້ຳມັນ+ໄຟຟ້າ ກໍ່ບໍ່ຕ້ອງກັງວົນກັບອັດຕາສີ້ນເປື້ອງນ້ຳມັນອີກຕໍ່ໄປ.

ເຊີ່ງທັງສອງລຸ້ນ ສາມາດເຂົ້າມາທົດລອງຂັບ ແລະ ສຳພັດໂຕຈິງໄດ້ພາຍໃນງານ Motor Sale Expo ວັນທີ່ 30 ພະຈິກ – 08 ທັນວາ 2024 ນີ້ ພ້ອມຂໍ້ສະເໜີ ສຸດພິເສດພາຍໃນງານ.

ທ່ານ ສຸກສະໜອນ ສີຫາເທບ ປະທານ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ໄດ້ກ່າວວ່າ: ລົດ Lynk & Co ຈະຕອບໂຈດສຳລັບກຸ່ມລູກຄ້າທີ່ມັກ ໃນເທັກໂນໂລຢີ ລ້ຳຍຸກລ້ຳສະໄຫມ ພ້ອມທັງການປະຢັດໃນຂະນະດຽວກັນ ຈຸດເດັ່ນຂອງລົດທັງສອງລຸ້ນຈະເປັນ PHEV ຫຼື Plug-in Hybrid ສາມາດເລືອກໂຫມດຂັບຂີ່ໄດ້ທັງແບບ ປະສົມປະສານ ຫຼື ແບບໄຟຟ້າ 100% ໄດ້. ປະຈຸບັນ ໂຊລູມ ແລະ ສູນບໍລິການ Lynk & Co Lao ເປີດໃຫ້ບໍລິການແລ້ວ ສາມາດເຂົ້າມາເບີ່ງ ແລະ ສຳພັດໂຕຈິງໄດ້ ເຊີ່ງໃນທ້າຍເດືອນ ມັງກອນ 2025 ທີ່ຈະເຖິງນີ້ ທາງເຮົາ ກໍ່ຈະຈັດພີທີ ເປີດ Showroom Grand Opening Lynk & Co Lao  ຢ່າງເປັນທາງການ ທີ່ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ແລະ ຍີ່ງໄປກ່ວານັ້ນ ກໍ່ຍັງຈະເປີດສູນ Lynk & Co Lao ທີ່ສາຂາພາກກາງ ສະຫວັນນະເຂດ ແລະ ພາກໃຕ້ ທີ່ນະຄອນປາກເຊ ໃນໄວໆນີ້.ວຍເຕັກໂນໂລຢີ ທີ່ທັນສະໄໝ ທີ່ຈະຊ່ວຍເພິ່ມຄວາມປອດໄພ ແລະ ຄວາມສະດວກສະບາຍໃຫ້ກັບຜູ້ຂັບຂີ່.

ທາງດ້ານ LYNK&CO 900 ມາພ້ອມກັບດີໄຊພາຍນອກແບບສະດຸດຕາ ໂດດເດັ່ນເປັນເອກະລັກ ພາຍໃນລົດຖືກອອກແບບໃຫ້ເປັນພື້ນທີ່ແຫ່ງຄວາມສະບາຍ ແລະ ຜ່ອນຄາຍດ້ວຍເບາະນັ່ງທີ່ຫຼູຫຼາ ມີຂະໜາດໃຫຍ່ມາພ້ອມກັບ 6 ບ່ອນນັ່ງ ລະບົບແສງສະຫວ່າງທີ່ປັບໄດ້ ແລະ ເຕັກໂນໂລຊີທີ່ຕອບໂຈດການໃຊ້ງານໃນຊີວິດປະຈຳວັນ ໂດຍ LYNK&CO 900 ບໍ່ໄດ້ພຽງແຕ່ລົດແຕ່ຍັງເປັນ ພື້ອທີ່ສະທ້ອນຄວາມເປັນຕົວເອງ.

ທ່ານ ສຸກສະໝອນ ສີຫາເທບ ປະທານ ບໍລິສັດ ມະນິຍົມ ອໍໂຕ ກຣຸບ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ລົດທັງສອງລຸ້ນ ຈະມອບປະສົບການທີ່ດີ ໃຫ້ແກ່ລຸກຄ້າທຸກທ່ານ ຂໍໃຫ້ທຸກມາທົດລອງໃຊ້ລົດຂອງພວກເຮົາ ຂ້າພະເຈົ້າເຊື່ອວ່າທ່ານຈະບໍ່ຜິດຫວັງແນ່ນອນ ກັບລົດ ZEEKR 7X ແລະ LYNK&CO 900”

ການເປີດຕົວລົດທັງສອງລຸ້ນ ຂອງບໍລິສັດ ມະນິຍົມ ອໍໂຕ ກຣຸບ ໃນຄັ້ງນິ້ ເປັນການນຳສະເໜີຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜຸ້ຄົນໃນຍຸກປັດຈຸບັນ ແລະ ລົດທັງສອງລຸ້ນ ZEEKR 7X ແລະ LYNK&CO 900 ຈະສ້າງປາກົດການໃໝ່ມກັບວົງການລົດໃນລາວ ແລະ ຂັບເຄື່ອນອະນາດຄົດຂອງການເດີນທາງໃຫ້ກ້າວໄປທາງໜ້າແບບບໍ່ຢຸດຢັ້ງ

Latest news

ພິທີເຊັນສັນຍາ ເປັນຕົວແທນຈຳໜ່າຍລົດ ຍີ່ຫໍ້ Lynk & Co ຢ່າງເປັນທາງການໃນ ສປປ ລາວ.

ສຶກສາເພີ່ມເຕີມ

Lynk & Co Lao ເປີດໂຕລົດລຸ້ນໃຫມ່ LYNK & CO 900 ແບບ PHEV ຢ່າງເປັນທາງການ

ສຶກສາເພີ່ມເຕີມ

ເປີດໂຕໂຊລູມ ແລະ ສູນບໍລິການ  Lynk & Co Lao ຢ່າງເປັນທາງການ ພ້ອມລົດໃຫມ່ 3 ລຸ້ນ Lynk & Co 06, 08 ແລະ flagship Lynk & Co 09.

ສຶກສາເພີ່ມເຕີມ