Lynk & Co Lao (ມະນິຍົມ ອໍໂຕ ກຣຸບ) ເປີດໂຕລົດ ZEEKR 7X ແລະ LYNK&CO 900 ສັ່ນສະເທືອນວົງການລົດໃນລາວ
ວັນທີ 25 ສິງຫາ 2025 ທີ່ຜ່ານມາ ບໍລິສັດ ມະນິຍົມ ອໍໂຕ ກຣຸບ ໄດ້ມີການຖະແຫຼງຂ່າວ ເປີດໂຕລົດລຸ້ນໃໝ່ຈາກແບຣນ ZEEKR ແລະ LYNK&CO ສອງແບຣນດັງຈາກເຄືອ Geely Hoding Group ໂດຍທັງສອງລຸ້ນໄດ້ແກ່ Zeekr 7X ແລະ lynk & co 900 ເຊິ່ງຖືວ່າເປັນການປະກາດຄວາມພ້ອມໃນການກ້າວເຂົ້າສູ່ຍຸກໃໝ່ຂອງລົດໄຟຟ້າ (EV) ແລະ ລົດໄຟຟ້າປະສົມນ້ຳມັນ (PHEV) ທີ່ປະສົມປະສານນະວະຕະກຳລ້ຳສະໄໝເຂົ້າກັບລົດໄດ້ຢ່າງລົງໂຕ.
ບໍລິສັດ ມະນິຍົມ ອໍໂຕ ກຣຸບ ໂຕແທນຜູ້ຈັດຈຳໜ່າຍ ZEEKR ແລະ LYNK&CO ພຽງໜຶ່ງດຽວໃນລາວ ໄດ້ເປີດໂຕລົດລຸ້ນໃໝ່ ກໍຄື ZEEKR 7X ລົດໄຟຟ້າພີມ້ຽມສຸດຫຼູຫຼາ ມາພ້ອມກັບດີໄຊທີ່ທັນສະໄໝ ແລະ ການຂັບຂີ່ທີ່ເໝືອລະດັບ ໂຕລົດຖືກອອກແບບດ້ວຍຄວາມພິທິພີຖັນ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຜູ້ຂັບຂີ່ ນອກຈາກນີ້ຍັງອັດແໜ້ນໄປດ້ວຍເຕັກໂນໂລຢີ ທີ່ທັນສະໄໝ ທີ່ຈະຊ່ວຍເພິ່ມຄວາມປອດໄພ ແລະ ຄວາມສະດວກສະບາຍໃຫ້ກັບຜູ້ຂັບຂີ່.
ທາງດ້ານ LYNK&CO 900 ມາພ້ອມກັບດີໄຊພາຍນອກແບບສະດຸດຕາ ໂດດເດັ່ນເປັນເອກະລັກ ພາຍໃນລົດຖືກອອກແບບໃຫ້ເປັນພື້ນທີ່ແຫ່ງຄວາມສະບາຍ ແລະ ຜ່ອນຄາຍດ້ວຍເບາະນັ່ງທີ່ຫຼູຫຼາ ມີຂະໜາດໃຫຍ່ມາພ້ອມກັບ 6 ບ່ອນນັ່ງ ລະບົບແສງສະຫວ່າງທີ່ປັບໄດ້ ແລະ ເຕັກໂນໂລຊີທີ່ຕອບໂຈດການໃຊ້ງານໃນຊີວິດປະຈຳວັນ ໂດຍ LYNK&CO 900 ບໍ່ໄດ້ພຽງແຕ່ລົດແຕ່ຍັງເປັນ ພື້ອທີ່ສະທ້ອນຄວາມເປັນຕົວເອງ.
ທ່ານ ສຸກສະໝອນ ສີຫາເທບ ປະທານ ບໍລິສັດ ມະນິຍົມ ອໍໂຕ ກຣຸບ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ ລົດທັງສອງລຸ້ນ ຈະມອບປະສົບການທີ່ດີ ໃຫ້ແກ່ລຸກຄ້າທຸກທ່ານ ຂໍໃຫ້ທຸກມາທົດລອງໃຊ້ລົດຂອງພວກເຮົາ ຂ້າພະເຈົ້າເຊື່ອວ່າທ່ານຈະບໍ່ຜິດຫວັງແນ່ນອນ ກັບລົດ ZEEKR 7X ແລະ LYNK&CO 900”
ການເປີດຕົວລົດທັງສອງລຸ້ນ ຂອງບໍລິສັດ ມະນິຍົມ ອໍໂຕ ກຣຸບ ໃນຄັ້ງນິ້ ເປັນການນຳສະເໜີຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຜຸ້ຄົນໃນຍຸກປັດຈຸບັນ ແລະ ລົດທັງສອງລຸ້ນ ZEEKR 7X ແລະ LYNK&CO 900 ຈະສ້າງປາກົດການໃໝ່ມກັບວົງການລົດໃນລາວ ແລະ ຂັບເຄື່ອນອະນາດຄົດຂອງການເດີນທາງໃຫ້ກ້າວໄປທາງໜ້າແບບບໍ່ຢຸດຢັ້ງ















