ບໍລິສັດ ມະນີຍົມ ໂອໂຕ ກຣຸບ ຈັດພິທີ ເປີດໂຊລູມ ແລະ ສູນບໍລິການ Lynk & Co Lao ຢ່າງເປັນທາງການ ພ້ອມລົດໃຫມ່ 3 ລຸ້ນ Lynk & Co 06, 08 ແລະ flagship Lynk & Co 09 ທີ່ ທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ່ 14 ກຸມພາ 2025 ທີ່ຜ່ານມາ.
ພີທີເປີດສູນ Lynk & Co Lao ໃນຄັ້ງນີ້ ຖືເປັນອີກໜື່ງຄວາມສຳເລັດ ແລະ ສອດຄ້ອງກັບແຜ່ນຍຸດທະສາດຂອງ Lynk & Co ເນື່ອງຈາກລາວເປັນຈຸດເສດຖະກິດທີ່ສໍາຄັນ, ຕະຫຼາດລົດໃຫຍ່ຂອງລາວມີທ່າແຮງການຂະຫຍາຍຕົວຢ່າງຫຼວງຫຼາຍ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກຍຸກໃຫມ່, ທີ່ມີຄວາມຕ້ອງການຜະລິດຕະພັນ ພະລັງງານຮູບແບບໃຫມ່ ປະສົມປະສານລະຫວ່າງນໍ້າມັນ ແລະ ໄຟຟ້າ ຫຼື ເອີ້ນວ່າ Plug in Hybrid ທີ່ມີເຕັກໂນໂລຢີຂັ້ນສູງ ພ້ອມດ້ວຍຄວາມທັນສະໃໝ. ໂດຍພາຍໃນງານໄດ້ນຳສະເໜີລົດໃຫມ່ທັງ 3 ລຸ້ນ.
ເຊີ່ງລຸ້ນທຳອິດ ແມ່ນລົດ SUV ຂະໜາດກາງ Lynk & Co 06 EMP ເປັນ ຂັບເຄື່ອນຮ່ວມກັນ ລະຫວ່າງນ້ຳມັນ ແລະ ໄຟຟ້າໄດ້ຫຼາຍກ່ວາ 1,280 km ຫຼື ເລືອກປັບຂັບໂຫມດໄຟຟ້າ 100% ໄດ້ 126 KM ຕໍ່ສາກ 1 ຄັ້ງ. ນອກຈາກນັ້ນ, ຍັງມີ ຄວາມໂດດເດັ່ນທາງດ້ານລະບົບຄວາມປອດໄພ, ການຂັບຂີ່ທີ່ສະມູດຄ່ອງໂຕ ແລະ ລະບົບຊ່ວຍຂັບຂີ່ ADAS ຕອບໂຈດທັງການໃຊ້ຊີວິດໃນຕົວເມືອງ ຫຼື ກິດຈະກຳ outdoor ທຸກຮູບແບບ.
ແລະ ລຸ້ນທີ່ສອງ Lynk & Co 08 EM-P ເຊີ່ງເປັນລົດ SUV ທີ່ຂະໜາດໃຫຍ່ ມີຈຸດເດັນທີ່ ໃຫ້ເລືອກ 2 ອັອບຊັນ ຂັບເຄື່ອນຄູ່ລໍໜ້າ ແລະ ຂັບເຄື່ອນ 4 ລໍ້. ແລະ ໂຫມດການຂັບເຄື່ອນໄຟຟ້າ 100% ແລ່ນໄດ້ໄກເຖິງ 220 km. ສາມາດເລືອກຂັບໂຫມດໄຟຟ້າ 100% ໃນຊີວິດປະຈຳວັນແບບບໍ່ຈຳເປັນຕ້ອງເຕີ່ມນ້ຳມັນ ຫຼື ເລືອກຂັບແບບ ນ້ຳມັນ+ໄຟຟ້າ ກໍ່ບໍ່ຕ້ອງກັງວົນກັບອັດຕາສີ້ນເປື້ອງນ້ຳມັນ.
ແລະ ລຸ້ນສຸດທ້າຍ ແມ່ນລຸ້ນ Flagship ຂອງ Lynk & Co ເຊີ່ງແມ່ນ Lynk & Co 09 EM-P ເປັນ Luxury SUV ທີ່ຈະ ເຫມາະກັບຜູ້ບໍລິຫານຍຸກໃຫມ່ ມາພ້ອມກັບຫ້ອງໂດຍສານພາຍໃນລະດັບ First Class.
ເຊີ່ງສາມາດເຂົ້າມາສຳພັດໂຕຈິງ ແລະ ທົດລອງຂັບ ໄດ້ທີ່ໂຊລູມ Lynk & Co Lao ພ້ອມກັບຂໍ້ສະເໜີສຸດພິເສດ.
ໃນພິທີການອັນສຳຄັນດັ່ງກ່າວແມ່ນໄດ້ກຽດຂຶ້ນກ່າວເປີດພິທີ ແລະ ປັນສັກຂີພິຍານໂດຍທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊ່ວງ ອຸດສາຫະກຳ ແລະ ການຄ້າ
ທ່ານ ສຸກສະໜອນ ສີຫາເທບ ປະທານ ບໍລິສັດ ມະນີຍົມ ໂອໂຕ ກຣຸບ ໄດ້ກ່າວວ່າ: Lynk & Co ເປັນອີກທາງເລືອກໜື່ງສຳລັບທ່ານ ທີ່ກຳລັງມອງຫາລົດ Plug-in ສະມັດຖະນະສູງ ທີ່ມາພ້ອມກັບຄວາມ Premium ແລະ ປະຢັດໃນເວລາດຽວກັນ. ແລະ ໃນມໍໆ ນີ້ກໍ່ຈະມີລົດລຸ້ນໄຟຟ້າລ້ວນ Lynk & Co Z10 ແລະ Z20 ເຂົ້າມາໄວໆນີ້. ປະຈຸບັນ ໂຊລູມ ແລະ ສູນບໍລິການ Lynk & Co Lao ວຽງຈັນ ໄດ້ເປີດໃຫ້ບໍລິການແລ້ວ ແລະ ທາງເຮົາກຳລັງຂະຫຍາຍສາຂາໄປທາງ ທີ່ສາຂາພາກກາງ ສະຫວັນນະເຂດ ແລະ ພາກໃຕ້ ທີ່ນະຄອນປາກເຊ ໃນໄວໆນີ້.
ທ່ານ Bruce Lee ພະແນກຕ່າງປະເທດຂອງ Lynk & Co ເນັ້ນຍ້ຳຕື່ມວ່າ Lynk & Co ເປັນແບຣນພຮີ້ມ້ຽມລະດັບໂລກ ພ້ອມມອບປະສົບການ ການຂັບຂີ່ທີ່ສະດວກສະບາຍ ແລະ ເປັນເລີດ ດ້ວຍນະວັດຕະກຳທີ່ທັນສະໄຫມ ແລະ ການບໍລິການທີ່ເໜືອລະດັບ. ພວກເຮົາມີຄວາມຮູ້ສຶກດີໃຈ ທີ່ໄດ້ແນະນຳລົດລຸ້ນໃຫມ່ທີ່ມາພ້ອມເທັກໂນໂລຢີຂັ້ນສູງ ແລະ ການຂະຫາຍທຸລະກິດມາລາວໃນຄັ້ງນີ້ ພວກເຮົາມີຄວາມຕັ້ງໃຈ ແລະ ໃຫ້ຄວາມສຳຄັນກັບຕະຫຼາດ ລາວ ເນື່ອງດ້ວຍເປັນຕະຫຼາດທີ່ມີຄວາມຄຶກຄັກ ແລະ ສັກກະຍະພາບສູງ. ນອກຈາກນີ້, ເພື່ອເພີ່ມຄວາມໝັ້ນໃຈ ລູກຄ້າຈະໄດ້ຮັບການບໍລິການທີ່ປາສະຈາກຄວາມກັງວົນ ລົດທຸກລຸ້ນມາພ້ອມກັບການຮັບປະກັນຢ່າງເຕັມຮູບແບບ.

















